ສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 2 ສະໄໝທີ V ທີ່ໂຮງແຮມສຸພັດຕຣາ

ໃນວັນທີ 7 ພະຈິກ 2025, ສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 2 ສະໄໝທີ V ທີ່ໂຮງແຮມສຸພັດຕຣາ ໂດຍການເປັນປະທານ ຂອງ ທ່ານ ນາງ ສຸວາລີ ຄໍາຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມ, ໄດ້ຮັບກຽດຢ່າງສູງໃນການເຂົ້າຮ່ວມ ແລະ ໃຫ້ທິດຊີ້ນໍາ ຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ມີທ່ານຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຫົວໜ້າກົມ-ຮອງກົມ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາທ່ານຮອງປະທານ, ຄະນະປະຈໍາ ສະມາຄົມນັກທຸລະກິດໜຸ່ມ, ເລຂາ-ຮອງເລຂາຊາວໜຸ່ມປະຊາຊົນປະຕິວັດລາວກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ສິ່ງເເວດລ້ອມ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຜູ້ອໍານວຍການທະນາຄານພັດທະນາລາວ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບບັນດາເອກະສານສໍາຄັນ ຂອງສະມາຄົມນັກທຸລະກິດໜຸ່ມ ດັ່ງນີ້:

  1. ກອງປະຊຸມໄດ້ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ ປີ 2026.
  2. ໄດ້ຜ່ານມະຕິຕົກລົງຮັບຮອງຄະນະບໍລິຫານງານ ແລະ ຄະນະທີ່ປຶກສາ ສະມາຄົມນັກທຸລະກິດໜຸ່ມ ສະໄໝທີ V
  3. ໄດ້ຄົ້ນຄ້ວາ ແລະ ຮັບຮອງ ເອົາແຜນດໍາເນີນງານ ຂອງຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ສະໄໝທີ V ປີ 2025-2029, ການນໍາພາຊີ້ນໍາລວມ, ວຽກງານຈຸດສຸມທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານຂະບວນການ ກໍຄືກິດຈະກໍາຕ່າງໆ, ວຽກພັກ ແລະ ອົງການຈັດຕັ້ງມະຫາຊົນ, ການຮ່ວມມືພາຍໃນ ແລະ ຕ່າງປະເທດ, ເພື່ອເປັນພື້ນຖານໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນນັກທຸລະກິດໜຸ່ມທົ່ວປະເທດ ຄັ້ງທີ V.
    ກອງປະຊຸມຮັບຮອງເອົາມະຕິຕົກລົງວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ສະໄໝທີ V ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານ ສທໜ ສະໄໝທີ V.
    ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນລົງເລິກຕໍ່ບັນຫາທີ່ສໍາຄັນຈາກຜູ້ຕາງໜ້າກະຊວງຕ່າງໆ ເພື່ອແກ້ໄຂອຸປະສັກ ແລະ ສົ່ງເສີມການເຕີບໂຕຂອງນັກທຸລະກິດໜຸ່ມ:
  • ຂັ້ນຕອນ ແລະ ວິທີການເຂົ້າເຖິງ ແຫຼ່ງທຶນດອກເບ້ຍຕໍ່າ ແລະ ສິນເຊື່ອດອກເບ້ຍຕໍ່າ.
  • ການເຂົ້າເຖິງໂຄງການລົງທຶນຂອງລັດ ໃນຂົງເຂດ ການກໍ່ສ້າງພື້ນຖານໂຄງລ່າງ.
  • ການເຂົ້າເຖິງໂຄງການບູລິມະສິດຂອງລັດ ໃນຂົງເຂດ ກະສິກໍາ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຈາກຕ່າງປະເທດ.
  • ວິທີການບໍລິຫານທີ່ທັນສະໄໝ ເພື່ອເພີ່ມ ມາດຕະຖານການຖືບັນຊີ ໃຫ້ເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດໄດ້ດີຂຶ້ນ.
    ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ທ່ານ ທອງລີ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ ທິດເຍືອງທາງ ທີ່ມີເນື້ອໃນຄວາມໝາຍສຳຄັນຄົບຖ້ວນ ແລະ ເລິກເຊິ່ງ.
    ກອງປະຊຸມຮຽກຮ້ອງໃຫ້ຄະນະບໍລິຫານງານ ແລະ ສະມາຊິກ ສທໜ:
  • ເພີ່ມທະວີ ຄວາມສາມັກຄີ ເປັນປຶກແຜ່ນ ແລະ ສ້າງ ຄວາມເປັນເອກະພາບສູງ ພາຍໃຕ້ການນໍາພາຂອງພັກ.
  • ເຊີດຊູ ນໍ້າໃຈຮັກຊາດ, ຄວາມເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
  • ຍົກສູງ ຄວາມຮັບຜິດຊອບທາງການເມືອງ ເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ (ປົກປັກຮັກສາ ແລະ ສ້າງສາພັດທະນາ) ເພື່ອນໍາພາປະເທດຊາດສູ່ເປົ້າໝາຍ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.

Newsletter

Enter your email address to subscribe our notification of our new post & features by email.