ສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 2 ສະໄໝທີ V ທີ່ໂຮງແຮມສຸພັດຕຣາ

ໃນວັນທີ 7 ພະຈິກ 2025, ສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 2 ສະໄໝທີ V ທີ່ໂຮງແຮມສຸພັດຕຣາ ໂດຍການເປັນປະທານ ຂອງ ທ່ານ ນາງ ສຸວາລີ ຄໍາຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມ, ໄດ້ຮັບກຽດຢ່າງສູງໃນການເຂົ້າຮ່ວມ ແລະ ໃຫ້ທິດຊີ້ນໍາ ຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ມີທ່ານຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຫົວໜ້າກົມ-ຮອງກົມ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາທ່ານຮອງປະທານ, ຄະນະປະຈໍາ ສະມາຄົມນັກທຸລະກິດໜຸ່ມ, ເລຂາ-ຮອງເລຂາຊາວໜຸ່ມປະຊາຊົນປະຕິວັດລາວກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ສິ່ງເເວດລ້ອມ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຜູ້ອໍານວຍການທະນາຄານພັດທະນາລາວ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ເຂົ້າຮ່ວມ.ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບບັນດາເອກະສານສໍາຄັນ ຂອງສະມາຄົມນັກທຸລະກິດໜຸ່ມ ດັ່ງນີ້:
