Business Lens and Youth Opportunities

ທ່ານ ວິບູນ ສິທິມໍລາດາ ຮອງປະທານ ສທໜຊ ເຂົ້າຮ່ວມງານສໍາມະນາພົບປະກັບນ້ອງໆໄວໜຸ່ມທີ່ມີຄວາມໄຝ່ຝັນ ເປັນຜູ້ປະກອບການໃນອານາຄົດ ໃນຫົວຂໍ້ ”Business Lens and Youth Opportunities” ໃນ​ໂຄງ​ການ​ “Young Entrepreneur Squad” (YE$), ເພື່ອເປີດມຸມມອງໃມ່ກ່ຽວກັບທຸລະກິດໃນລາວ ສ້າງແຮງບັນດານໃຈໃຫ້ໄວໜຸ່ມ ໂອກາດດ້ານການສຶກສາ ແລະ ການເຮັດວຽກຢ່າງເປັນມືອາຊີບ ໃນວັນທີ 17/9/2015 ທີ່ຜ່ານມາ.

ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວຄັ້ງທີV ໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ

ໃນວັນທີ 8 ກໍລະກົດ 2025, ທີ່ຫ້ອງປະຊຸມໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ), ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີສະຫາຍຮອງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຫົວໜ້າກົມ-ຮອງກົມຈາກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ-ຮອງເລຂາ ຄະນະບໍລະຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ບັນດາແຂວງ, ນະຄອນຫຼວງ, ກະຊວງ-ອົງການ, ຄະນະປະທານ ສທໜຊ ແລະ ສທໜຂ ພ້ອມດ້ວຍຜູ້ແທນຕາງໜ້າໃຫ້ສະມາຊິກ ສທໜ ທົ່ວປະເທດ ເຂົ້າຮ່ວມທັງໝົດ 195 ສະຫາຍ, ຍິງ 55 ສະຫາຍ. ໃນນີ້ ມີຜູ້ແທນສົມບູນ ຈໍານວນ 113 ສະຫາຍ, ຍິງ 36 ສະຫາຍ; […]

ຈັດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ ຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີບັນດາຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ທັງເປັນປະທານຈັດງານດັ່ງກ່າວ ໄດ້ຂຶ້ນກ່າວເປີດງານວ່າ: ການຈັດງານໃນຄັ້ງນີ້ ມີຈຸດປະສົງ ເພື່ອການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ […]

Newsletter

Enter your email address to subscribe our notification of our new post & features by email.